ເວີກຊ໋ອບການຝຶກອົບຮົມຜ່ານວິດີໂອແບບອອນລາຍ

ພວກເຮົາຮັກພະເອກໃນຊີວິດຈິງ

15–19 ມີນາ (12–3 ໂມງແລງ)

ແຂກຮັບເຊີນ
ບັນດາຜູ້ຊ່ຽວຊານດ້ານວິດີໂອຈາກສາກົນ
ດໍາເນີນການໂດຍ
ຄຣິສຕອຟ ອ. ໄກເຊເລີ້, ຜູ້ກໍ່ຕັ້ງ, One Minute Academy
ຈັດໂດຍ
ສະຖາບັນໜຶ່ງນາທີ & IWPR

ພວກເຮົາມັກໃນເລື່ອງຈິງ

ໃນສະພາບແວດລ້ອມອອນລາຍທີ່ບັນດາເລື່ອງລາວຂ່າວສານປອມທີ່ບໍ່ຖືກຕ້ອງຊັດເຈນໄດ້ກາຍເປັນສິ່ງທີ່ເຮັດໃຫ້ຄວາມຈິງເປັນສິ່ງທີ່ຄົ້ນຫາໄດ້ຍາກຂື້ນ, ການບອກເລົ່າເລື່ອງທີ່ແທ້ຈິງໄດ້ກາຍມາເປັນປະເດັນການຖົກຖຽງອັນຫຼ້າສຸດໃນພື້ນທີ່ສື່ອອນລາຍແບບດິຈິຕອລ.

ພວກເຮົາເຊື່ອວ່າວິທີການທີ່ດີທີ່ສຸດໃນການສົ່ງເສີມການແລກປ່ຽນສົນທະນາແບບໃຫ້ກຽດເຊິ່ງກັນ ແລະ ກັນ ເພື່ອເປັນການຂັບເຄື່ອນສັງຄົມໃຫ້ດີຍິ່ງຂື້ນ ແມ່ນຕ້ອງຊ່ວຍໃຫ້ບັນດາປະຊາຊົນສາມາດບອກເລົ່າເລື່ອງຈິງດ້ວຍເຄື່ອງມື ແລະ ເຕັກໂນໂລຢີດ້ານວິດີໂອແບບມືອາຊີບ.

ກຳລັງເລືອກເຟັ້ນເອົາບັນດານັກເລົ່າເລື່ອງທີ່ດີທີ່ສຸດໃນທົ່ວໂລກເພື່ອໃຫ້ພວກເຂົາສາມາດໄດ້ຮັບການຝຶກອົບຮົມກ່ຽວກັບຄວາມຮັບຮູ້ດ້ານສື່ ຄຽງຄູ່ໄປກັບການສ້າງບັນດາເລື່ອງລາວທີ່ຈະຊ່ວຍສ້າງຄວາມສາມັກຄີເປັນກັນໜຶ່ງອັນດຽວໃນສັງຄົມ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃນຄວາມຊື່ສັດຂອງບັນດາສະຖາບັນດ້ານປະຊາທິປະໄຕ.

STUDENT VIDEOS

ວິທະຍາກອນແບບອອນລາຍ

ຄຣິສຕອຟ ໄກເຊເລີ້

ຄຣິສຕອຟ ອາເລັກແຊນເດີ ໄກເຊເລີ້ ແມ່ນນັກສ້າງຮູບເງົາ ແລະ ຜູ້ໃຫ້ຄວາມຮູ້ການສຶກສາຈາກ ເມືອງ ລອສ ແອນເຈລິສ, ລັດ ແຄລິຟໍເນຍ. ລາວເປັນຜູ້ກໍ່ຕັ້ງ One Minute Academy ແລະ ເຄີຍເຮັດວຽກເປັນຊ່ຽວຊານດ້ານວິດີໂອໜຶ່ງນາທີໃຫ້ແກ່ ມະຫາວິທະຍາໄລ ພຮິນສຕັ້ນ, ບໍລິສັດ Adobe ແລະ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ. ລາວໄດ້ຜະລິດຫຼັກສູດການຖ່າຍຮູບໃຫ້ແກ່ອົງການ National Geographic Society ໂດຍນໍາໃຊ້ວິທີການໜຶ່ງນາທີຂອງລາວ, ເຊິ່ງໄດ້ຮັບລາງວັນ Horizon Interactive Gold (2019) ແລະ ລາງວັນ Communicator (2020) ສໍາລັບການຝຶກອົບຮົມທີ່ດີເລີດ ແລະ ວິດີໂອການສຶກສາທີ່ມີຄວາມແຕກຕ່າງເປັນພິເສດ. ລາວສາມາດເວົ້າພາສາອັງກິດ, ຝລັ່ງ, ແອດສະປາຍ, ປອກຕຸຍການ, ເຢຍລະມັນ ແລະ ໂຮນລັງ ໄດ້ຢ່າງຄ່ອງແຄ້ວ.

ຫຼັກສູດໃນເວີກຊ໋ອບ

Pre-production

ຂັ້ນຕອນກ່ອນເລີ່ມການຜະລິດຖ່າຍທໍາ

ການສ້າງສະຕໍຣີບອດ

ຜູ້ຊົມ

ການຂໍອະນຸຍາດ

Production

ການຜະລິດຖ່າຍທໍາ

ການນໍາໃຊ້ກ້ອງ

ຄວາມສວຍງາມ

ການສໍາພາດ

Maria de Barros

ຂັ້ນຕອນຫຼັງການຜະລິດຖ່າຍທໍາ

ການຈັດການຟາຍ

ການຕັດຕໍ່ວິດີໂອ

ເອບເຟັກຕ່າງໆ

Maria de Barros

ການບິດເບືອນຂໍ້ມູນ

ຫຼັກການທິດສະດີ

ກົນລະຍຸດ

ການສື່ສານ

ທີມງານການສຶກສາ

ຄຣອດ ກຣູນິສກີ້

ຄຣອດ ກຣູນິສກີ້ ເປັນຜູ້ກໍ່ຕັ້ງ TRACE, ບໍລິສັດສື່ມວນຊົນທີ່ມີການເຕີບໃຫຍ່ຢ່າງໄວວາ ແລະ TRUE Africa ເຊິ່ງເປັນແພລດຟອມເຕັກໂນໂລຢີສື່ມວນຊົນທີ່ເປັນກະບອກສຽງໃຫ້ກັບຊາວໜຸ່ມອາຟຣິກາໃນທົ່ວທຸກມຸມໂລກ. ຈົບການສຶກສາຈາກ ມະຫາວິທະຍາໄລລອນດອນ ແລະ MIT, ກຣູນິສກີ້ ຍັງເປັນເຄີຍເປັນຜູ້ດູແລທີ່ ພິພິທະພັນ ສິລະປະຮ່ວມສະໄໝແຫ່ງ ແມສຊາຈູເຊັດ (MASS MoCA) ແລະ ອົງການ Humanity in Action. ລາວສອນວິຊາ ຄວາມເປັນຜູ້ປະກອບການທຸລະກິດເພື່ອສັງຄົມຢູ່ທີ່ສະຖາບັນ Harvard Kennedy ແລະ ເປັນຜູ້ຝຶກສອນກ່ຽວກັບຄວາມເປັນຜູ້ປະກອບການໃນໂຄງການ YALI ມາຢ່າງຍາວນານ. ລາວເວົ້າພາສາອັງກິດ, ຝລັ່ງ, ແອດສະປາຍ, ປ໋ອກຕຸຍການ ແລະ ພາສາໂຕໂກ້ ມີນາ ແລະ ອີເວ ໄດ້ຢ່າງຄ່ອງແຄ້ວ.

ເພເຣກຣີນ ໂອລັນເດີ

ເພເຣກຣີນ ໂອລັນເດີ ເປັນຜູ້ນຳດ້ານການປະຊຸມ ແລະ ເປັນຄູຝຶກໃຫ້ແກ່ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໂດຍຜ່ານ ໂຄງການ African Regional Services speaker ແລະ ໂຄງການ TechCamp ຂອງ ສຳນັກງານຂໍ້ມູນຂ່າວສານ. ລາວໄດ້ເຄີຍເປັນຄູຝຶກໃນຫົວຂໍ້ຕ່າງໆເຊັ່ນ: ການເລົ່າເລື່ອງແບບດິຈິຕ້ອລ, ການຜະລິດວີດີໂອຜ່ານໂທລະສັບມືຖື, ບັນດາເຄື່ອງມືຂອງສື່ໂຊຊ້ຽວມີເດຍ, ການຂຽນດຶງດູດ ແລະ ການສ້າງແບຣນຍີ່ຫໍ້ຂອງຕົນ. ລາວມີປະລິນຍາຕີສິລະປະສາດ ສາຂາວັນນະຄະດີຝຣັ່ງ (2006) ແລະ ປະລິນຍາໂທດ້ານສິລະປະສາດ ສາຂາການສື່ສານທົ່ວໂລກ (2008) ຈາກ ມະຫາວິທະຍາໄລ ອາເມລິກາໃນປາຣີ. ລາວເວົ້າພາສາອັງກິດ ແລະ ພາສາຝຣັ່ງໄດ້ຢ່າງຄ່ອງແຄ້ວ.

ເທຣສ ເຟິ່ງ

ເທຣສ ເຟິ່ງ ເປັນຜູ້ອໍານວຍການສ້າງໃຫ້ກັບ ບໍລິສັດ One Minute Media ຈາກ ເມືອງ ດີທຣອຍ, ລັດມິຊິແກນ ແລະ ໄດ້ເຮັດວຽກແບບເປັນອິດສະຫຼະໃຫ້ແກ່ One Minute Academy. ລາວໄດ້ເຮັດວຽກຮ່ວມກັບ ຄຣິສຕອຟ ໃນການສ້າງງານອີເວັ້ນຕ່າງໆທີ່ ມະຫາວິທະຍາໄລ ພຣິນຕັ້ນ ແລະ ບັນດາໂຄງການຂອງລັດໃນທະວີບອາຟຣິກາ, ອາຊີ ແລະ ອາເມລິກາໃຕ້. ລາວຈົບປະລິນຍາຕີສິລະປະສາດ ໃນສາຂາສັງຄົມສາດຈາກ ມະຫາວິທະຍາໄລ ພຣິນຕັ້ນ (2012) ແລະ ສາມາດເວົ້າພາສາອັງກິດ, ພາສາຝຣັ່ງ ແລະ ພາສາຈີນກາງໄດ້ຢ່າງຄ່ອງແຄ້ວ.

ສະຖາບັນໜຶ່ງນາທີ

ພວກເຮົາເປັນບໍລິສັດການສຶກສາທີ່ນໍາເອົາວິດີໂອໜຶ່ງນາທີເປັນຈຸດໃຈກາງຂອງທຸກສິ່ງທີ່ພວກເຮົາເຮັດ. ພວກເຮົາເອີ້ນຍຸດທະສາດນີ້ວ່າ ວິດີໂອມາກ່ອນສະເໝີ.

ພາລະກິດຂອງພວກເຮົາແມ່ນເພື່ອເຜີຍແຜ່ຄວາມຮັບຮູ້ທາງວິດີໂອໄປທົ່ວໂລກແບບນາທີຕໍ່ນາທີ. ພວກເຮົາເຮັດວຽກຮ່ວມກັບທັງບັນດາຄູອາຈານ ແລະ ສະຖາບັນຕ່າງໆເພື່ອໃຫ້ນັກຮຽນ ແລະ ພະນັກງານໄດ້ຮັບໂອກາດໃໝ່ໆໃນການສະແດງອອກກ່ຽວກັບຕົນເອງ. ສິ່ງເຫຼົ່ານີ້ແມ່ນຖືເປັນທັກສະທີ່ເປັນປະໂຫຍດຢ່າງສູງສຳລັບບັນດາຜູ້ປະກອບການ, ນັກຂ່າວ, ສິລະປິນ ແລະ ທຸກຄົນທີ່ມີເລື່ອງລາວທີ່ຈະເລົ່າ. ພວກເຮົາເວົ້າໄດ້ວ່າ "ເຮັດໃຫ້ມັນສັ້ນໆເຂົ້າໄວ້", ແລະ ຢ່າເສຍເວລາຜູ້ອື່ນ.

ພວກເຮົາໄດ້ສ້າງບັນດາຍຸດທະສາດວິດີໂອດ້ານການສຶກສາແບບອອນລາຍໃຫ້ກັບບາງສະຖາບັນແນວໜ້າທີ່ໃຫຍ່ທີ່ສຸດໃນໂລກ, ເຊັ່ນວ່າ Adobe ແລະ National Geographic. ພວກເຮົາຍັງໄດ້ເຮັດວຽກຮ່ວມກັບ ບັນດາສະຖານທູດ ແລະ ກົງສຸນສະຫະລັດອາເມລິກາ 65 ແຫ່ງ ໃນໄລຍະ 10 ປີທີ່ຜ່ານມາເພື່ອສ້າງບັນດາໂຄງການລະດັບສາກົນທີ່ສຸມໃສ່ການຜະລິດຖ່າຍທໍາວີດີໂອ ແລະ ການເລົ່າເລື່ອງ.

ພວກເຮົາບໍ່ຂໍບອກວ່າຈະເປັນຜູ້ແກ້ໄຂທຸກໆບັນຫາທັງໝົດຂອງໂລກໃຫ້, ແຕ່ມັນມີໂອກາດທີ່ວ່າມື້ໜຶ່ງ ພວກເຮົາອາດຈະສອນຄົນທີ່ຈະເຮັດມັນ ແລະ ນັ້ນແມ່ນສິ່ງທີ່ກະຕຸ້ນເຕີມໄຟສ້າງກໍາລັງໃຈໃຫ້ພວກເຮົາສືບຕໍ່ເຮັດວຽກຕໍ່ໄປ.

ສໍາລັບຂໍ້ມູນເພີ່ມເຕີມ: https://www.oneminuteacademy.com

IWPR

ສະຖາບັນເພື່ອການລາຍງານເຫດສົງຄາມ ແລະ ສັນຕິພາບສາກົນ ສ້າງທັກສະໃຫ້ບັນດານັກຂ່າວມືອາຊີບ ແລະ ມືສະໝັກຫຼີ້ນທີ່ເຮັດໃນວຽກງານສື່ມວນຊົນແບບດັ້ງເດີມ ແລະ ໃນສື່ສັງຄົມ ແລະ ສື່ແບບໃໝ່. ບັນດາໂຄງການຂອງສະຖາບັນແມ່ນຝຶກສອນ ແລະ ແນະນຳ ໃຫ້ພວກເຂົາລາຍງານຂ່າວຢ່າງຍຸດຕິທຳ ແລະ ມີຈຸດປະສົງເພື່ອໃຫ້ບັນລຸມາດຕະຖານການລາຍງານ ແລະ ການວິເຄາະທີ່ໄດ້ຮັບການຍອມຮັບຈາກສາກົນ.

ບັນດານັກຂ່າວ, ບັນນາທິການ, ຜູ້ຜະລິດ, ບຣອກເກີ້ ແລະ ຜູ້ຈັດການ ຮຽນຮູ້ຄຸນຄ່າຂອງການຜະລິດເນື້ອຫາທີ່ມີຄວາມໝາຍຕາມສື່ອອກມາໃນຂ່າວ ແບບຄຽງຄູ່ໄປກັບການຊ່ວຍກຳນົດພາລະບົດບາດຂອງປະຊາຊົນ, ປະຊາສັງຄົມ, ລັດຖະບານ, ສື່ມວນຊົນ, ທຸລະກິດ ແລະ ອື່ນໆໃນການສ້າງລະບົບປະຊາທິປະໄຕທີ່ຍຸດຕິທຳ, ມີຫຼາຍຝ່າຍ ເຊິ່ງໃຫ້ຄຸນຄ່າ ແລະ ເຄົາລົບຄວາມຄິດເຫັນຂອງບັນດາເຂດເລືອກຕັ້ງທັງໝົດ.

ສໍາລັບຂໍ້ມູນເພີ່ມເຕີມ: https://iwpr.net